ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຂົ້າຮ່ວມງານ "ແລ່ນເພື່ອເດັກນ້ອຍ 2026"
ໃນວັນທີ 24 ຕຸລາ 2026, ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຂົ້າຮ່ວມງານ "ແລ່ນເພື່ອເດັກນ້ອຍ 2026" ໃນຖານະຜູ້ສະໜັບສະໜູນ 'Silver Sponsor'. ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ຕັ້ງບູດສະເພາະເພື່ອແຈກຢາຍຂອງຂວັນໂປຣໂມຊັນ ແລະ ໃຫ້ຂໍ້ມູນກ່ຽວກັບຜະລິດຕະພັນທາງການເງິນຂອງພວກເຮົາ. ນັກແລ່ນຫຼາຍຄົນມີຄວາມສົນໃຈໃນຜະລິດຕະພັນຂອງພວກເຮົາຫຼາຍ, ກິດຈະກຳໄດ້ສິ້ນສຸດລົງຢ່າງສວຍງາມໄປດ້ວຍຮອຍຍິ້ມ. ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ມີຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງງານ ແລະ ຊ່ວຍສະໜອງໂອກາດທີ່ດີໃຫ້ແກ່ເດັກນ້ອຍ. ຫວັງວ່າພວກເຮົາຈະໄດ້ພົບກັນອີກໃນປີໜ້າ ທີ່ຫຼວງພະບາງ.



Comments