top of page



ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຂົ້າຮ່ວມງານ "ແລ່ນເພື່ອເດັກນ້ອຍ 2026"
ໃນວັນທີ 24 ຕຸລາ 2026, ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຂົ້າຮ່ວມງານ "ແລ່ນເພື່ອເດັກນ້ອຍ 2026" ໃນຖານະຜູ້ສະໜັບສະໜູນ 'Silver Sponsor'. ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ຕັ້ງບູດສະເພາະເພື່ອແຈກຢາຍຂອງຂວັນໂປຣໂມຊັນ ແລະ ໃຫ້ຂໍ້ມູນກ່ຽວກັບຜະລິດຕະພັນທາງການເງິນຂອງພວກເຮົາ. ນັກແລ່ນຫຼາຍຄົນມີຄວາມສົນໃຈໃນຜະລິດຕະພັນຂອງພວກເຮົາຫຼາຍ, ກິດຈະກຳໄດ້ສິ້ນສຸດລົງຢ່າງສວຍງາມໄປດ້ວຍຮອຍຍິ້ມ. ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ມີຄວາມຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງງານ ແລະ ຊ່ວຍສະໜອງໂອກາດທີ່ດີໃຫ້ແກ່ເດັກນ້ອຍ. ຫວັງວ່າພວກເຮົາຈະໄດ້
7 hours ago


ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ສະເຫຼີມສະຫຼອງວັນ Chuseok
ທີມງານ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຕົ້າໂຮມກັນເພື່ອສະເຫຼີມສະຫຼອງວັນ Chuseok, ງານດັ້ງເດີມຂອງເກົາຫຼີ ແລະ ວັນພັກ Thanksgiving. Chuseok ເປັນກິດຈະກຳທາງວັດທະນະທຳທີ່ສຳຄັນ ເຊິ່ງສຸມໃສ່ການເຕົ້າໂຮມຄອບຄົວ, ການໃຫ້ກຽດແກ່ບັນພະບຸລຸດ ແລະ ການແບ່ງປັນອາຫານພື້ນເມືອງ. ໂດຍການນຳເອົາປະເພນີທີ່ມີຄວາມໝາຍນີ້ມາສູ່ບ່ອນເຮັດວຽກ. ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ສົ່ງເສີມຄວາມສາມັກຄີ ແລະ ຄວາມຊື່ນຊົມທາງດ້ານວັດທະນະທຳໃນບັນດາສະມາຊິກໃນທີມງານ. ບໍລິສັດມີຄວາມພູມໃຈທີ່ຈະສະເຫຼີມສະຫຼອງປະເພນີທີ່ຫຼາກຫຼາຍຂອງຄອບຄົວຂອງຕົນ ແລະ...
7 hours ago


ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ຈັດກິດຈະກຳມອບຂອງຂວັນພິເສດໃຫ້ແກ່ພະນັກງານທຸກຄົນທີ່ມີລູກນ້ອຍ ເພື່ອສະເຫຼີມສະຫຼອງວັນເດັກນ້ອຍສາກົນ
ບໍລິສັດມີຄວາມພາກພູມໃຈຢ່າງຍິ່ງໃນການສະໜັບສະໜູນພະນັກງານ ແລະ ຄອບຄົວຂອງທຸກຄົນ! ພ້ອມທັງສະແດງຄວາມຂອບໃຈຕໍ່ສະມາຊິກໃນທີມທຸກຄົນທີ່ຕັ້ງໃຈໃນການປະຕິວັດໜ້າທີ່ວຽກງານທີ່ດີສະເໝີມາ. ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ມີຄວາມພາກພູມໃຈຢ່າງຍິ່ງໃນການສະໜັບສະໜູນພະນັກງານ ແລະ ຄອບຄົວຂອງທຸກຄົນ.ພວກເຮົາເຫັນຄຸນຄ່າຂອງຄອບຄົວຍັງຄົງເປັນພື້ນຖານຂອງວັດທະນະທໍາໃນບ່ອນເຮັດວຽກ ແລະ ບໍລິສັດຫວັງວ່າຈະສົ່ງເສີມຊຸມຊົນທີ່ໃຫ້ການສະໜັບສະໜູນ ແລະ ຈະເລີນຮຸ່ງເຮືອງສໍາລັບພະນັກງານທຸກຄົນໃນຊຸມປີຕໍ່ໜ້າ.
7 hours ago


ບັນຍາກາດໃນງານລ້ຽງປີໃໝ່ລາວຂອງ ເຄບີ ໂຄລາວ ເຊົ່າສິນເຊື່ອ
ບັນຍາກາດໃນງານລ້ຽງປີໃໝ່ລາວຂອງ ເຄບີ ໂຄລາວ ເຊົ່າສິນເຊື່ອ ເຕັມໄປດ້ວຍຄວາມສຸກ, ຄວາມເບີກບານມ່ວນຊື່ນ ແລະ ຄວາມຮູ້ສຶກສາມັກຄີໃນບັນດາພະນັກງານຈາກທຸກພະແນກ."ການສະເຫຼີມສະຫຼອງດັ່ງກ່າວໄດ້ມີກິດຈະກໍາ ແລະ ການສະແດງແບບດັ້ງເດີມທີ່ເສີມສ້າງສາຍພົວພັນຂອງທີມ ແລະ ໃຫ້ກຽດແກ່ຮີດຄອງປະເພນີທ້ອງຖິ່ນ. ໃນຂະນະທີ່ບໍລິສັດຕ້ອນຮັບປີໃໝ່, ຝ່າຍບໍລິຫານຂໍສົ່ງຄວາມປາດຖະໜາອັນອົບອຸ່ນມາຍັງພະນັກງານທຸກຄົນ ແລະ ຫວັງວ່າຈະເປັນປີແຫ່ງການຮ່ວມມືທີ່ຈະເລີນຮຸ່ງເຮືອງອີກຄັ້ງໜຶ່ງ.
7 hours ago


ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຂົ້າຮ່ວມໃນກິດຈະກຳສະໜັບສະໜູນນັກສຶກສາປີສຸດທ້າຍ
ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມໃນກິດຈະກຳສະໜັບສະໜູນນັກສຶກສາປີສຸດທ້າຍ ໃນການກ້າວເຂົ້າສູ່ເສັ້ນທາງອາຊີບທີ່ໝັ່ນຄົງ. ເຊິ່ງຈັດໂດຍຄະນະເສດຖະສາດ ແລະ ການຄຸ້ມຄອງທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ. ງານນີ້ລວບລວມນັກສຶກສາຈົບໃໝ່ ແລະ ໂອກາດໃນອາຊີບຕ່າງໆ. ເຂົ້າມາເບີ່ງບູດຂອງພວກເຮົາເພື່ອສອບຖາມຂໍ້ມູນເພີ່ມເຕີມກ່ຽວກັບການເຂົ້າຮ່ວມທີມຂອງພວກເຮົາໄດ້!
7 hours ago
bottom of page