top of page
CEO-BG.png
KBC09077 Annual.jpg

ຊີຄຽງ ອີ

ຜູ້ບໍລິຫານຂອງ ບໍລີສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ

Company Address

KB KOLAO Leasing CO,.LTD

Nongbone Village, Saysettha District, Vientiane Prefecture, Laos

CEO's Message

Asset 3_300x_edited.png

ຮຽນຜູ້ຖືຫຸ້ນທີ່ເຄົາລົບ, ຄູ່ຮ່ວມທຸລະກິດທຸກໆທ່ານ ແລະ ລູກຄ້າທີ່ນັບຖື:

ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງຜູ້ຖືຫຸ້ນທຸກໆທ່ານຂອງພວກເຮົາທີ່ໃຫ້ຄວາມໄວ້ວາງໃຈ ທີ່ພ້ອມສະໜັບສະໜູນຕໍ່ຜົນສຳເລັດ ແລະ ການຂະຫຍາຍຕົວຂອງ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໃນໄລຍະຜ່ານມາ.

ພວກເຮົາບໍ່ເຄີຍຈະຢຸດພັດທະນາແລະສືບຕໍ່ສ້າງຄວາມເຂັ້ມແຂງ, ດັ່ງເຊັ່ນປີ 2023 ທີ່ຜ່ານມາເພື່ອຕອບສະໜອງການບໍລິການທີ່ທັນສະໄໝແລະວ່ອງໄວພວກເຮົາໄປເປີດບໍລິການສິນເຊື່ອຜ່ານແອັບທີ່່ມີຊື່ວ່າ “Lot Cash Bag”

ນອກຈາກເຮົາດຳເນີນການປະກອບທຸລະກິດເພື່ອພັດທະນາເສດຖະກິດ ຂອງສປປລາວໃຫ້ພັດທະນາຂຶ້ນໄປແລ້ວນັ້ນພວກເຮົາຍັງໄດ້ປະກອບສ່ວນຊ່ວຍເຫຼືອໃຫ້ກັບສັງຄົມໃນຫຼາຍໆດ້ານ, ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຖືເອົາຄວາມສຸກຂອງລູກຄ້າເປັນບູລິມະສິດອັນດັບໜຶ່ງ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າດ້ວຍທີມງານມືອາຊີບທີ່ມອບການບໍລິການທີ່ມີຄຸນະພາບ, ໂດຍການເນັ້ນໃສ່ກິດຈະກຳທາງທຸລະກິດທີ່ຫຼາກຫຼາຍຂອງພວກເຮົາ, ພວກເຮົາມຸ່ງໝັ້ນທີ່ຈະຂະຫຍາຍການດໍາເນີນທຸລະກິດ ແລະ ປັງປຸງບໍລິສັດຂອງພວກເຮົາໃຫ້ດີຂຶ້ນເປີດປະຕູເພື່ອນຳພາບໍລິສັດກ້າວໄປສູ່ຄວາມສຳເລັດ ແລະ ເປັນບໍລິສັດສິນເຊື່ອອັນດັບ 1 ໃນ ສ ປ ປ.ລາວ. ສືບຕໍ່ຂະຫຍາຍຕົວຂອງບໍລິສັດຢ່າງຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາທາງດ້ານການເງິນ ແລະ ເສດຖະກິດຂອງລາວ.

ນອກຈາກນີ້, ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ສຸມໃສ່ ມີສ່ວນຮ່ວມໃຫ້ແກ່ຊຸມຊົນທ້ອງຖິ່ນຢູ່ຫຼາກຫຼາຍຂົງເຂດໂດຍສະເພາະໃຫ້ການຊ່ວຍເຫຼືອທາງດ້ານການເງິນໃຫ້ທຸລະກິດຂະໜາດນ້ອຍ-ກາງ. ພວກເຮົາເຊື່ອໝັ້ນວ່າພວກເຮົາສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປລາວ ໂດຍສົ່ງເສີມການເຕີບໂຕຂອງທຸລະກິດຂະໜາດນ້ອຍ-ກາງ. ຍິ່ງໄປກວ່ານັ້ນ, ຈາກການຂະຫຍາຍຂົງເຂດທຸລະກິດຂອງພວກເຮົາ,  ພວກເຮົາສາມາດ ປະກອບສ່ວນເຂົ້າກັບສັງຄົມຄຽງຄູ່ກັນກັບການເຕິບໂຕຂອງບໍລິສັດຂອງພວກເຮົາດັ່ງເຊັ່ນດຽວກັນກັບຂະແໜງການອື່ນໆໃນ ສປປ ລາວ.

ບໍລິສັດ ເຄບີ ໂຄລາວ ເຊົ່າສີນເຊື່ອ ມີວິໄສທັດທີ່ຊັດເຈນສຳຫຼັບອານາຄົດ ແລະ ພວກເຮົາເຮັດວຽກດ້ວຍຄວາມມຸ່ງໝັ້ນທີ່ຈະບັນລຸເປົ້າໝາຍ. ພາລະກິດຂອງພວກເຮົາແມ່ນການມອບຄວາມພຶງພໍໃຈຂອງລູກຄ້າດ້ວຍການສ້າງຄວາມຄວາມໜ້າເຊື່ອຖືຂອງພະນັກງານ ແລະ ຄູ່ຮ່ວມທຸລະກິດຂອງເຮົາ.

Section-2-1-12.png
bottom of page