top of page

ມື້ນີ້ພວກເຮົາເຊີນຊວນທຸກທ່ານມາຮ່ວມກິດຈະກຳຢ່າງຫຼວງຫຼາຍໃຫ້ທ່ານໄດ້ມ່ວນ ແລະ ເພີດເພີນໄປກັບ ບູທ KB KOLAO Leasing ເຄບີ ໂຄລາວ ເຊົ່າສິນເຊື່ອ ໃນວັນທີ່ 𝟏𝟒 - 𝟐𝟐 ຕຸລາ 𝟐𝟎𝟐𝟑

Oct 23, 2023
1 min read

Updated: Nov 11

ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ເຊີນຊວນໆນ້ອງໆນັກຮຽນຈາກຫຼາກຫຼາຍໂຮງຮຽນເພື່ອເຂົ້າຮ່ວມທີ່ບູທຂອງ ເຄບີ ໂຄລາວ ເຊົ່າສິນເຊື່ອ ທີ່ງານ Motor Expo 2023 ທີ່ໄດ້ຈັດຂື້ນໃນ ວັນທີ່ 14 ເຖິງ ວັນທີ່ 22 ຕຸລາ(10) ປີ2023 ທີ່ຜ່ານມານີ້.

ພວກເຮົາ ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ໄດ້ມຸ່ງເນັ້ນໄປທີ່ການໃຫ້ຄວາມຮູ້ໃນການຂັບຂີ່ລົດ ແລະ ກົດຈາລະຈອນຕາມທ້ອງຖະໜົນໃນຫົວຂໍ້ “ກົດລະບຽບຈາລະຈອນ” ແລະ ພວກເຮົາຍັງໄດ້ໃຫ້ນ້ອງໆນັກຮຽນໄດ້ປະຕິບັດຕົວຈິງໃນການຂັບລົດນ້ອຍໄຟຟ້າເພື່ອໃຫ້ຮູ້ເຖິງຄວາມສຳຄັນຂອງກົດຈາລະຈອນອີກດ້ວຍ.

ນອກຈາກນັ້ນພວກເຮົາຍັງເປີດໂອກາດໃຫ້ຜູ້ປົກຄອງ ແລະ ນ້ອງໆສາມາດເຂົ້າຮ່ວມງານຂອງພວກເຮົາ ແລະ ຂັບລົດຫຼີ້ນໄດ້ຟຣີໂດຍບໍ່ມີຄ່າໃຊ້ຈ່າຍຕື່ມອີກ.

ພວກເຮົາຂໍຂອບໃຈທຸກພາກສ່ວນທີ່ໃຫ້ຄວາມຮ່ວມມື ແລະ ທາງໂຮງຣຽນທຸກໆໂຮງຮຽນທີ່ໃຫ້ກຽດເຂົ້າໃນງານຂອງພວກເຮົາດ້ວຍ.

ພ້ອມຮັບຂອງແຈກຂອງແຖມພາຍໃນງານຢ່າງຫຼວງຫຼາຍ ແລະ ກິດຈະກຳສຸດພິເສດໃຫ້ທ່ານໄດ້ຮ່ວມຫຼີ້ນກັບພວກເຮົາເຊັ່ນ : 

1. ບູທ ຖ່າຍຮູບງາມໆ.

2. ກິດຈະກຳສຳຜັດປະສົບການ ການຂັບຂີ່ປອດໄພສຳລັບເດັກນ້ອຍ.

3. ກິດຈະກຳແຕ້ມຮູບລະບາຍສີ.

4. ກະແລັມແຊບໆໃຫ້ຊິມຟຣີຕະຫຼອດງານ.

5. ຖົງຜ້າໜ້າຮັກໄວ້ແຈກຟຣີໃນງານ.

ພົບກັນທີ່ງານ Vientiane International Motor Expo 2023 ທີ່ ສູນວາງສະແດງສິນຄ້າລາວ - ໄອເຕັກ



Comments


Logo Brown.png

ຊ່ອງທາງຕິດຕໍ່

ຕຶກອາລຸນໃໝ່ ຊັ້ນ 7, ຖະໜົນ 23 ສິງຫາ, ບ້ານໜອງບອນ, ນະຄອນຫຼວງ ວຽງຈັນ, ປະເທດລາວ

ອີເມວ:

kkls@kbkolaoleasing.com

ໂທເພື່ອສອບຖາມຂໍ້ມູນ

1418

ເຟສບຸກ ເພຈ

© Copyright

"WE WILL GROW UP TOGETHER"

bottom of page