ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ເຂົ້າຮ່ວມໃນງານວາງສະແດງລົດ Vientiane Center Motor Show
Updated: Nov 11
ໃນລະຫວ່າງງານວາງສະແດງລົດ Vientiane Center Motor Show ເມື່ອວັນທີ 18 ກັນຍາ ທີ່ຜ່ານມາ, ໄດ້ມີການຈັດກິດຈະກຳສຳມະນາເພື່ອໃຫ້ຄວາມຮູ້ທີ່ມີປະໂຫຍດກ່ຽວກັບເລື່ອງສິນເຊື່ອ. ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມຄຶກຄື້ນ, ໂດຍສະເພາະແມ່ນຄວາມຕັ້ງໃຈ ແລະ ຄວາມສົນໃຈຈາກນ້ອງໆນັກຮຽນ. ເປັນເລື່ອງທີ່ໜ້າປະທັບໃຈຫຼາຍທີ່ໄດ້ເຫັນຄົນລຸ້ນໃໝ່ມີຄວາມກະຕືລືລົ້ນໃນການຮຽນຮູ້, ແລະ ທາງບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ ຫວັງວ່າຈະໄດ້ຕ້ອນຮັບທຸກໆຄົນອີກຄັ້ງໃນປີໜ້າ.



Comments